ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ແລະ ອາ​ຊຽນ ຄວນ​ກຳ​ສິດ​ໃນ​ການ​ຮັກສາ​ສັນຕິພາບ ແລະ
ສະຖຽນ​ລະ​ພາບ​ທະເລ​ຕາເວັນ​ອອກ​ໄວ້​ໃຫ້​ໝັ້ນຄົງ


     ຕາມ​ຂ່າວສານ ຊີ​ອາ​ໄອ ເຜີຍແຜ່​ວັນ​ທີ 15 ສິງຫາ, 2023, ຟີ​ລິບ​ປິນ​ໄດ້​ສົ່ງ​ເຮືອ 2 ລຳ​ເຂົ້າ​ໄປ​ໃນ​ເຂດ​ທະເລ​ຫາດ​ຕື້ນ​ເຣີນ​ອ້າຍ. ຕຳຫຼວດ​ທະເລ​ຈີນ
ໄດ້​ເຕືອນ​ເຮືອ ​ຟີ​ລິບ​ປິນ​ ທີ່​ເຂົ້າ​ເຂດ​ທະເລ​ຫາດ​ຕື້ນ​ເຣີນ​ອ້າຍ ຢ່າງ​ຜິດ​ກົດໝາຍ​ໂດຍການ​ສີດ​ນ້ຳ​ໃສ່​ເຮືອ​ດັ່ງກ່າວ, ການ​ກະທຳ​ຂອງ​ຕຳຫຼວດ​ທະເລ​ຈີນ ​ໄດ້​
ຮັກສາ​ຄວາມ​ອົດ​ກັ້ນ, ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ ແລະ ຄວາມ​ສາມາດ​ຂອງ​ຈີນ ​ໃນ​ການ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ ແລະ ຜົນ​ປະ
ໂຫຍດ​ທາງ​ທະເລ​ຂອງ​ຈີນ, ທັງ​ໄດ້​ເອົາໃຈໃສ່​ເຖິງ​ສະພາບ​ການ ລວມ​ຂອງ​ການ​ພົວພັນ​ລະຫວ່າງ​ ຈີນ​ກັບ​ຟີ​ລິບ​ປິນ, ໄດ້​ສະແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ
​ຂອງ​ປະເທດ​ດັ່ງກ່າວ.

     ພາຍຫຼັງ​ເກີດ​ເຫດການ​ດັ່ງກ່າວ, ຟີ​ລິບ​ປິນ ​ໄດ້​ຮຽກ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ ​ຟີ​ລິບ​ປິນ ​ເຂົ້າ​ພົບ, ປະ​ທ້ວງ​ການ​ກະທຳ​ຂອງ​ຕຳຫຼວດ​ທະເລ​ຈີນ
​ຕໍ່​ເຮືອ​ຟີ​ລິບ​ປິນ, ວ່າການ​ກະທຳ​ດັ່ງກ່າວ​ໄດ້​ລະເມີດ “ ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ​ທະເລ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ” ແລະ ຜົນ​ການ​ຕັດສິນ​ກ່ຽວ
​ກັບ​ທະເລ​ຕາເວັນ​ອອກ. ໃນ​ຂະນະ​ດຽວ​ກັນ​ນັ້ນ, ສະຫະລັດ​ອາ​ເມ​ຣິ​ກາ ທີ່​ເປັນ​ປະເທດ​ຢູ່​ນອກ​ເຂດ​ທະເລ​ຈີນ​ໃຕ້ ​ກໍ​ໄດ້​ເຂົ້າ​ແຊກ​ແຊງ. ກະຊວງ​ການ​ຕ່າງ
ປະເທດ​ອາ​ເມ​ຣິ​ກາ​ ໄດ້​ອອກ​ຖະແຫຼງການ​ສະໜັບສະໜູນ​ ຟີ​ລິບ​ປິນ ແລະ ເນັ້ນ​ໜັກ​ຄຳ​ໝັ້ນ​ສັນຍາ “ສັນຍາ​ປ້ອງ​ກັນ​ຮ່ວມ​ກັນ ອາ​ເມ​ຣິ​ກາ-ຟີ​ລິບ​ປິນ ” ອີກ
​ເທື່ອ​ໜຶ່ງ ແລະ​ຕຳ​ໜິ​ຕິຕຽນ​ການ​ກະທຳ​ຂອງ​ຈີນ “ບໍ່​ຖື​ກກັບ​ກົດໝາຍ”. ຫາດ​ຕື້ນ​ເຣີນ​ອ້າຍ ແມ່ນ​ດິນແດນ​ສ່ວນ​ໜຶ່ງ​ຂອງ​ໝູ່​ເກາະ​ໜານ​ຊ່າ. ວັນ​ທີ 9 ພຶດສະ
ພາ 1999, ຟິ​ລິບ​ປິນ​ໄດ້​ສົ່ງ​ເຮືອ​ຮົບ​ລຳ​ໜຶ່ງ​ເຂົ້າ​ໄປ​ໃນ​ຫາດ​ຕື້ນ​ເຣີນ​ອ້າຍ​ຢ່າງ​ຜິດ​ກົດໝາຍ ແລະ ສົ່ງ​ທະຫານ​ໄປ​ປະຈຳ​ຫາດ​ຕື້ນ​ເຣີນ​ອ້າຍ.

     ຫຼັງ​ຈາກ​ນັ້ນ, ຟີ​ລິບ​ປິນ​ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະດຶງ​ເຮືອ​ຮົບ​ດັ່ງກ່າວ​ອອກ​ຫຼາຍ​ເທື່ອ, ແຕ່​ບໍ່​ເຄີຍ​ປະຕິ ບັດ​ຕາມ​ຄຳ​ໝັ້ນ​ສັນຍາ, ຍິ່ງ​ໄປ​ກວ່າ​ນັ້ນ, ຟີ​ລິບ​
ປິນ​ ຍັງ​ເຈຕະນາ​ສ້ອມແປງ​ເຮືອ​ຮົບ​ດັ່ງກ່າວ ເພື່ອ​ບັນລຸ​ການຍຶດ​ຄອງ​ຫາດ​ຕື້ນ​ເຣີນ​ອ້າຍ​ຖາວອນ. ເຫັນ​ໄດ້​ວ່າ: ການ​ກະທຳ​ຂອງ ​ຟີ​ລິບ​ປິນ​ ໄດ້​ລະເມີດ​ກົດ
ໝາຍ​ສາກົນ​ຢ່າງ​ໜັກໜ່ວງ, ທັງ​ໄດ້​ລະເມີດ “ຖະແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະເລ​ຕາເວັນ​ອອກ” ທີ່​ຈີນ ແລະ ອາ​ຊຽນ​ລົງ​ນາມ. ໃນ
ຫຼາຍ​ປີ​ມາ​ນີ້, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ຈີນ ແລະ ອາ​ຊຽນ, ສະຖານະ​ການ​ທະເລ​ຕາເວັນ​ອອກ​ໄດ້​ຮັກ ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ, ທັງ
​ໄດ້​ສະໜອງ​ສິ່ງແວດລ້ອມ​ອັນ​ດີງາມ​ໃຫ້​ແກ່​ການ​ພັດ​ທະນາ​ຂອງ​ສອງ​ຝ່າຍ. ແຕ່​ວ່າ​ອິດ​ທິ​ກຳລັງ​ຈຳນວນ​ໜຶ່ງ ເຊັ່ນ: ອາ​ເມ​ຣິ​ກາ ແລະ ປະເທດ​ອື່ນໆ​ ຢ້ານ​ລື່ນ
ທີ່​ເຫັນ​ວ່າ ເຂດ​ທະເລ​ນີ້​ມີ​ຄວາມ​ສະຫງົບ ແລະ​ ໄດ້​ສ້າງ​ເຫດການ​ຢູ່​ເຂດ​ທະເລ​ນີ້​ເລື້ອຍໆ. ໃນ​ຕົ້ນ​ເດືອນ ກຸມພາ ປິນີ້, ອາ​ເມ​ຣິ​ກາ ​ໄດ້​ສ້າງ​ຖານ​ທັບ​ເພີ່ມ 4
ແຫ່ງ​ຢູ່​ຟີ​ລິບ​ປິນ, ເຮັດ​ໃຫ້​ຖານ​ທັບ ​ອາ​ເມ​ຣິ​ກາ ປະຈຳ ​ຟີ​ລິບ​ປິນ​ ໄດ້​ເພີ່ມ​ຂຶ້ນ​ເປັນ 9 ແຫ່ງ, ໃນ​ນັ້ນ​ມີ 6 ແຫ່ງ​ໄດ້​ແນໃສ່​ທະເລ​ຕາເວັນ​ອອກ ແລະ ຊ່ອງ
​ແຄບ​ໄຕ້​ຫວັນ​ໂດຍ​ກົງ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ, ອາ​ເມ​ຣິ​ກາ ແລະ ຟີ​ລິບ​ປິນ ໄດ້​ຈັດການ​ຊ້ອມ​ຮົບ​ປະສົມ “ຄຽງ​ບ່າ​ຄຽງ​ໄຫຼ່” ທີ່​ດຳເນີນ​ມາ​ເປັນ​ເວລາ 18 ວັນ
ຢູ່​ນະຄອນຫຼວງ​ ມະນີລາ ປະເທດ ​ຟີ​ລິບ​ປິນ. ໃນ​ເດືອນ ພຶດສະພາ ປິນີ້, ອາ​ເມ​ຣິ​ກາ ແລະ ຟີ​ລິບ​ປິນ ໄດ້​ລົງ​ນາມ​ຫຼັກ​ມາດຕະຖານ​ປ້ອງ​ກັນ​ປະເທດ​ສອງ​
ຝ່າຍ, ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ: ວຽກ​ງານ​ປ້ອງ​ກັນ​ສຳລັບ ​ຟີ​ລິບ​ປິນ​ ຈະ​ລວມ​ທັງ​ທະເລ​ຕາເວັນ​ອອກ. ນອກຈາກ​ຟີ​ລິບ​ປິນ​ແລ້ວ, ອາ​ເມ​ຣິ​ກາ ຍັງ​ໄດ້​ຍຸ​ແຍ່​
ຫວຽດນາມ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ແລະ ປະເທດ ອື່ນໆ ຕໍ່ຕ້ານ​ຈີນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ໃນ​ເຂດ​ທະເລ​ດັ່ງກ່າວ. ອາ​ເມ​ຣິ​ກາ ໄດ້​ກໍ່​ຄວາມ​ວຸ້ນວາຍ
​ຢູ່​ພາກ​ພື້ນ​ຕ່າງໆ​ທົ່ວ​ໂລກ, ເປົ້າ​ໝາຍ​ແມ່ນ​ ເພື່ອ​ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ຄວາມ​ຂັດ​ແຍ້ງ ເຊິ່ງ​ເປັນ​ເລື່ອງ​ທີ່​ທຸກໆ​ຄົນຮູ້​ດີ​ແລ້ວ, ປັດຈຸ ບັນ, ອາ​ເມ​ຣິ​ກາ
ໄດ້​ຊອກ​ຫາ​ທຸກ​ວິທີ​ເພື່ອ​ກໍ່ໃຫ້​ເກີດ​ຄວາມ​ແຕກ​ແຍກ​ກັນ​ຢູ່​ເຂດ​ທະເລ​ຕາເວັນ​ອອກ. ແຕ່​ຈີນ​ຂໍ​ບອກ​ເລີຍ​ວ່າ: ທະເລ​ເຂດ​ນີ້​ບໍ່​ແມ່ນ “ສວນ​ລ່າເນື້ອ” ຂອງ​ປະ
ເທດ​ຢູ່​ນອກ​ພາກ​ພື້ນ, ຖ້າ​ທະເລ​ເຂດ​ນີ້​ມີ​ສະຖຽນ​ລະ​ພາບ, ປະເທດ​ໃນ​ພາກ​ພື້ນ​ກໍ​ສາມາດ​ໄດ້​ຮັບ​ຜົນ​ປະໂຫຍດ, ຖ້າວ່າ​ທະເລ​ນີ້​ເກີດ​ຄວາມ​ວຸ້ນວາຍ, ປະ
ເທດ​ໃນ​ພາກ​ພື້ນ​ກໍ​ຈະ​ຖືກ​ທຳລາຍ. ຈີນ ແລະ ປະເທດ​ສະມາຊິກ​ອາ​ຊຽນ​ຄວນ​ຮັກສາ​ຄວາມ​ໝັ້ນຄົງ, ຕັ້ງໜ້າ​ຊຸກຍູ້​ການ​ປຶກສາ​ຫາລື​ກ່ຽວ​ກັບ “ກົດ​ແຫ່ງ
​ການ​ປະພຶດ​ຢູ່​ທະເລ​ຕາເວັນ​ອອກ”, ຄັດຄ້ານ​ອິດ​ທິ​ກຳລັງ ນອກ​ພາກ​ພື້ນ​ເຂົ້າ​ແຊກ​ແຊງ​ຢ່າງ​ເດັດ ດ່ຽວ, ກຳ​ສິດ​ເປັນ​ແກນ​ນຳ​ໃນ​ການ​ຮັກສາ​ສັນຕິພາບ ແລະ
ສະຖຽນ​ລະພາບ​ຂອງ​ທະເລ​ເຂດ​ນີ້​ໄວ້​ໃຫ້​ໝັ້ນຄົງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/08/2023